ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດຢ້ຽມຢາມ ລາ​ຊາອານາຈັກ​ໄທ


   ໃນ​ລະຫວ່າງ​ວັນ​ທີ 12-14 ມີນາ 2023. ທ່ານ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ ​ກອງທັບ​ປະຊາຊົນ​ລາວ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ ກອງທັບປະຊາຊົນລາວ ໄດ້​ໄປຢ້ຽມຢາມລາ​ຊະ​ອານາຈັກ​ໄທ ໂດຍ​ຕອບ​ສະໜອງ​ຕາມ ​ຄຳ​ ເຊີນ​ຂອງ ທ່ານ ພົນ​ເອກ ສະເຫຼີມ​ພົນ ສີສະ​ຫວັດ ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ແຫ່ງ​ລາ​ຊະອານາຈັກ​ໄທ ເພື່ອ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ນຳ​ກັນ​ຕະຫຼອດ​ມາ. ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ມີນາ 2023 ທີ່​ກອງບັນຊາການ​ກອງທັບ​ໄທ ໂດຍ ​ ການ​ຕ້ອນຮັບຂອງການນຳ​ຂັ້ນ​ສູງ​ຂອງກອງທັບ​ລາ​ຊະ​ອານາຈັກ​ໄທ. ຈາກ​ນັ້ນ​ຄະນະ​ຜູ້​ແທນທັງ​ສອງ​ຝ່າຍ​ກໍໄດ້ພົບປະກັນຢ່າງເປັນທາງການ.

   ໂອກາດນີ້ ທ່ານ ພົນໂທ ຄຳລຽງ ອຸ​ທະໄກສອນ ຮອງລັດຖະມົນຕີກະຊວງ​ປ້ອງ​ກັນ​ປະເທດ ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ປະຊາຊົນ​ລາວ​ໄດ້​ສະ ແດງ​ຄວາມ​ຂອບໃຈ​ຢ່າງ​ສູງຕໍ່​ ທ່ານ ພົນ​ເອກ ສະເຫຼີມ​ພົນ ສີສະ​ຫວັດ ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ແຫ່ງ​ລາ​ຊະ​ອານາຈັກໄທ ພ້ອມ​ດ້ວຍຄະນະທີ່ໄດ້​ໃຫ້​ກຽດ ຕ້ອນ ຮັບ​ໃນ​ການ​ເດີນທາງ​ມາຢ້ຽມຢາມ ແລະ ພົບ​ປະຂອງທັ້ງ​ສອງ​ຝ່າຍຢ່າງ​ເປັນ​ທາງ​ການ​ໃນ​ຄັ້ງ​ນີ້. ເພື່ອ​ແລກປ່ຽນ​ຄຳ​ຄິດຄຳ​ເຫັນ​ບັນຫາ​ທີ່​ມີ​ຄວາມ​ສົນໃຈ ​ຮ່ວມ​ກັນ, ໂດຍ​ສະເພາະ​ແມ່ນການ​ຮ່ວມ​ມື​ໃນ​ຂົງເຂດ​ວຽກ​ງານ​ປ້ອງ​ ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເຮັດ​ໃຫ້​ເສັ້ນ​ຊາຍ​ແດນ​ຂອງ​ສອງ​ປະເທດ​ກາຍເປັນ ​ ເສັ້ນ​ຊາຍ​ແດນແຫ່ງ​ ສັນຕິພາບ, ມິດຕະພາບ ແລະ ການ​ພັດທະນາ​ຢ່າງ​ແທ້. ກອງ​ປະຊຸມ​ຄັ້ງ​ນີ້ ທັງ​ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື​ວຽກ​ງານ​ດ້ານ​ຕ່າງໆ​ທີ່​ ໄດ້​ຮ່ວມ​ມື​ກັນ​ຈັດ​ຕັ້ງ​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ ແລະ ບັນຫາ​ອື່ນໆ​ ທີ່ສອງ​ຝ່າຍ​ມີ​ຄວາມ​ສົນໃຈ​ ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ຮ່ວມ​ກັນ ໃນ​ການ​ພົວພັນ ​ ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີງາມລະຫວ່າງ​ສອງ​ຊາດ ກໍ​ຄື​ສອງ​ກອງທັບລາວ-ໄທ ໄທ-ລາວ ໃຫ້​ມີ​ຄວາມໜັກ​ແໜ້ນ​ຂຶ້ນ ​ ກວ່າ​ເກົ່າ ໂດຍ​ສະເພາະ​ການ​ຮ່ວມ ​ມື​ຂອງ​ຄະນະ​ກຳມະການ ຮ່ວມ​ມື​ຮັກສາ​ຄວາມ​ສະຫງົບ​ຮຽບ​ຮ້ອຍ​ຕາມ​ແນວຊາຍ​ແດນ ລາວ-ໄທ ສ້າງ​ໃຫ້​ສະພາບ​ໃນ ​ ຂອບ​ເຂດ​ເສັ້ນ​ຊາຍ​ແດນ​ມີ​ຄວາມ​ສະຫງົບ​ສຸກ​ໂດຍ​ພື້ນຖານ.

   ນອກຈາກ​ນັ້ນ, ສອງ​ຝ່າຍ​ຍັງ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບຕໍ່​ຮ່ວມ​ມື​​ຊ່ວຍເຫຼືອ​ດ້ານມະນຸດສະທຳ, ການ​ຕ້ານ​ໄພພິບັດ​ທາງ​ທຳ​ມະ​ຊາດ, ແລກປ່ຽນ​ດ້ານ​ການ ​ແພດ, ສິລະ​ປະ​ວັດທະນະທຳ ແລະ ກີລາ ລວມ​ທັງ​ບັນຫາ​ອື່ນໆ ທີ່​ສອງ​ຝ່າຍ​ໄດ້​ສ້າງ​ກົນ​ໄກ​ຮ່ວມ​ກັນ​ຕື່ມ​ອີກ.

 ແຫຼ່ງທີ່ມາ:ທອງ​ມາ ໄຊ​ຍະ​ເພັງ​ສາ
ວັນທີ 17/03/2023